ກຸ່ມອະນຸສາວະລີແມ່ຫວຽດນາມວິລະຊົນຕັ້ງຢູ່ພູເກີມ, ຕາແສງກວາງຟູ້, ນະຄອນດານັງ, ເນື້ອທີ່ 16 ເຮັກຕາ,ແມ່ນໂຄງການວັດທະນະທຳທີ່ໄດ້ຮັບການຄັດເລືອກຈາກຮ່າງຮູບແຕ້ມຂອງຈິດຕະກອນດິງຢາຖັງເພື່ອສະແດງຄວາມຮູ້ບຸນຄຸນແລະອາໄລຫາເກືອບ 140 ພັນແມ່ຫວຽດນາມວິລະຊົນໃນທົ່ວປະເທດ.

ຮູບປັ້ນແມ່ຫວຽດນາມວິລະຊົນແມ່ນຮ່າງໂຄງການຕົ້ນຂອງໂຄງການ,ໂດຍໄດ້ຮັບການຖອດຖອນເອົາເຄິ່ງ ຕົວຈິງຈາກແມ່ ຫງວຽນ ທິ ທື່ (Nguyễn Thị Thứ), ເກີດຢູ່ ຕາແສງ ດ້ຽນຖັງຈຸງ, ເມືອງດ້ຽນບານ, ແຂວງ ກວາງນາມ (ປັດຈຸບັນແມ່ນ ຕາແສງອານຖັງ, ນະຄອນດານັງ). ແມ່ມີລູກຊາຍ 9 ຄົນ, ຫຼານສາວ 2 ຄົນ ແລະ ລູກເຂີຍ 1 ຄົນ ທີ່ໄດ້ເສຍສະຫຼະຊີວິດໃນສອງສົງຄາມຕໍ່ຕ້ານຝຣັ່ງ ແລະ ອາເມຣິກາ.

ຢູ່ຕໍ່ໜ້າຮູບປັ້ນແມ່ແມ່ນໜອງນ້ຳຂະໜາດໃຫຍ່ທີ່ມີເນື້ອທີ່ເກືອບ1.000ຕາແມັດ, ຖືກອອກແບບເປັນຮູບ ເຄິ່ງວົງມົນ. ຂອບຮູບປັ້ນມີຮູບຮ່າງຄ້າຍຄືກັບພູເຂົາທີ່ຍົກສູງຢູ່ເຄິ່ງກາງ ແລະ ຄ່ອຍໆລາດເອຽງໄປທາງສອງຟາກ. ສອງຟາກຝາແມ່ນຮູບພາບໃບໜ້າຂອງບັນດາລູກໆທີ່ປະກົດໃຫ້ເຫັນຢ່າງສະຫຼັບຊັບຊ້ອນ,ເປັນຕົວແທນໃຫ້ແກ່ລູກຫຼານຈາກທຸກພາກເຫນືອ – ກາງ- ໃຕ້ ມາໂຮມຊຸມນຸມກັນຢູ່ອ້ອມຂ້າງແມ່ຜູ້ໃຈດີ,ຍາມໃດກໍຫັນໜ້າຫາແມ່ດ້ວຍຄວາມ ຮັກແພງ ແລະ ແມ່ກໍຄືກັນກັບກຳລັງອ້າແຂນຕ້ອນຮັບ ແລະ ອຸ້ມຊູລູກໆເຂົ້າໃນອົກ.

ເສົາຕຳນານ 8 ເສົາດັ່ງກ່າວຖືກຖືວ່າເປັນປະຕູສັນຍາລັກຂອງອະນຸສາວະລີທີ່ມີຄວາມສູງ 11,2 ແມັດ, ເສັ້ນຜ່າສູນກາງ 1,65 ແມັດ, ຖືກແກະສະຫຼັກດ້ວຍຮູບພາບຢ່າງຫຼາກຫຼາຍ.ເລກ 8 ມີຄວາມໝາຍເຖິງຄວາມຈະເລີນ ຮຸ່ງເຮືອງ,ຄວາມຮັ່ງມີ, ຄວາມສາມັກຄີທີ່ດີແລະຍັງກົງກັບ 8ຄຳທອງຄຳ ທີ່ປະທານໂຮ່ຈີມິນໄດ້ມອບໃຫ້ແມ່ຍິງຫວຽດ ນາມ ຄື: “ວິລະຊົນ – ບໍ່ຍອມຈຳນົນ – ສັດຊື່ບໍລິສຸດ – ກ້າຫານແບກຫາບ”.

ສອງຟາກທາງເດີນຫຼັກ ທີ່ມີຄວາມຍາວ 200 ແມັດ ແມ່ນເສົາໄຟຫີນ 30 ດວງ, ເປັນສັນຍາລັກໃຫ້ແກ່ 30 ປີ (1945 – 1975) ທີ່ແມ່ຄອງຄອຍວັນສັນຕິພາບ, ການໂຮມຊາດເປັນໜຶ່ງດຽວ, ລູກຫຼານ ພາກເຫນືອ – ກາງ – ໃຕ້ ມາໂຮມຊຸມນຸມຢູ່ເຮືອນດຽວກັນ.

ຢູ່ພາຍໃນອະນຸສາວະລີແມ່ນຫ້ອງຈັດສະແດງຮູບພາບ, ຂໍ້ມູນເອກະສານ, ວັດຖຸພັນກ່ຽວກັບແມ່ຫວຽດ ນາມວິລະຊົນ ແລະ ແມ່ຍິງຫວຽດນາມດີເດັ່ນໃນພາລະກິດການຕໍ່ສູ້ເພື່ອປົກປັກຮັກສາ ແລະ ສ້າງສາປະເທດຊາດ.


ຕິດພັນກັບກຸ່ມອະນຸສາວະລີແມ່ຫວຽດນາມວິລະຊົນແມ່ນສຸສານນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດຢູ່ທາງທິດໃຕ້ຂອງນະຄອນຢູ່ຕາແສງກວາງຟູ້,ນະຄອນດານັງ,ໄດ້ຮັບການຈັດພິທີໄຂຢ່າງເປັນທາງການໃນວັນທີ 27/7/2015 ດ້ວຍເນື້ອທີ່ທັງໝົດປະມານ 8 ເຮັກຕາ. ໂຄງການຕົ້ນຂອງປ່າຊ້າແມ່ນຫໍຮູບປັ້ນແຫ່ງຄວາມອາໄລຫາທີ່ຖືກສ້າງຂຶ້ນ ຕາມຮ່າງຮູບແຕ້ມຂອງນັກປະຕິມາກຳຟ້າມວັນຮ້າງ. ນີ້ແມ່ນສະຖານທີ່ຈາລຶກຊື່ຂອງວິລະຊົນທະຫານທີ່ເສຍສະຫຼະຊີ ວິດຫຼາຍກວ່າ 65.000 ຄົນຂອງບັນດາທ້ອງຖິ່ນຂຶ້ນກັບນະຄອນດານັງ,ສະແດງໃຫ້ເຫັນຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ກັບຜູ້ທີ່ໄດ້ເສຍສະຫຼະເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ.


ອະນຸສາວະລີ ແມ່ຫວຽດນາມ ຜູ້ອາດຫານ ແລະ ປ່າຊ້າທະຫານຜ່ານເສຍສະຫຼະຊີວິດຖືກຖືວ່າແມ່ນ “ບ່ອນອົບຮົມມູນເຊື້ອ”ເພື່ອສຶກສາອົບຮົມມູນເຊື້ອຮັກຊາດ,ເອກະລາດປະຕິວັດໃຫ້ແກ່ຮຸ່ນໜຸ່ມແລະຄວາມຮູ້ບຸນຄຸນຕໍ່ການອຸທິດ ຄວາມເສຍສະຫຼະອັນຍິ່ງໃຫຍ່ຂອງບັນດາວິລະຊົນທະຫານ ແລະ ແມ່ຫວຽດນາມວິລະຊົນ./.







